ວິສາຫະກິດຂະໜາດນ້ອຍ ແລະ - TopicsExpress



          

ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ 25,000 ກວ່າ ແຫ່ງ ຂອງລາວ ມີຄວາມສ່ຽງທີ່ອາດຈະລົ້ມລະລາຍ ຖ້າຫາກບໍ່ ມີການປັບປຸງການບໍລິຫານ ໃຫ້ສາມາດແຂ່ງຂັນໃນຕະຫຼາດເອ ເຊຍໄດ້ຢ່າງແທ້ຈິງ. ເຈົ້າໜ້າທີ່ຂັ້ນສູງໃນກອງທຶນເພື່ອການພັດທະນາ ວິສາຫະກິດຂະໜາດນ້ອຍ ແລະຂະ ໜາດກາງ ຫຼື SME Fund ໃນລາວ ໄດ້ໃຫ້ການຍອມຮັບວ່າ ວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງທີ່ມີຢູ່ຫຼາຍກວ່າ 25,000 ລາຍໃນ ທົ່ວປະເທດລາວ ກໍາລັງຕົກຢູ່ໃນສະພາວະຄວາມສ່ຽງສູງ ທີ່ອາດຈະຕ້ອງຢຸດເຊົາກິດຈະການ ໃນທ້າຍປີ 2015 ຖ້າຫາກວ່າບໍ່ໄດ້ຮັບການສະໜັບສະໜຸນ ດ້ານເງິນທຶນ ເພື່ອປັບປຸງການບລິຫານກິດຈະ ການ ຢ່າງພຽງພໍ. ທັງນີ້ ໂດຍສາເຫດສໍາຄັນ ທີ່ເຮັດໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງໃນ ລາວຕ້ອງຕົກຢູ່ພາຍໃຕ້ສະພາບການດັ່ງກ່າວ ກໍຍ້ອນວ່າການທີ່ລາວເປັນສະ ມາຊິກໃນກຸ່ມອາຊ່ຽນ ທີ່ຈະຕ້ອງປະຕິບັດຕາມຂໍ້ຕົກລົງວ່າດ້ວຍການຄ້າ ແລະການລົງ ທຶນຢ່າງເສລີໃນທັງ 10 ປະເທດສະມາຊິກ ນັບແຕ່ວັນທີ 31 ທັນວາ 2015 ເປັນຕົ້ນໄປນັ້ນ ຈະເຮັດໃຫ້ບັນດາວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງໃນລາວຕ້ອງປະເຊີນກັບການແຂ່ງຂັນຈາກບັນດາວິສາຫະກິດຂະໜາດດຽວກັນໃນທົ່ວພູມິພາກອາຊ່ຽນ ຢ່າງຫຼີກລ່ຽງບໍ່ໄດ້. ເພາະສະນັ້ນເພື່ອເປັນການປ້ອງກັນບໍ່ໃຫ້ບັນຫາດັ່ງກ່າວເກີດຂຶ້ນກັບບັນດາວິສາຫະກິດ ຂະໜາດນ້ອຍ ແລະຂະໜາດກາງໃນລາວ ຈຶ່ງຈໍາເປັນຈະຕ້ອງນໍາໃຊ້ເງິນທຶນໃນມູນຄ່າ ລວມບໍ່ໜ້ອຍກວ່າ 3,700 ຕື້ກີບ ເພື່ອການປັບປຸງການບໍລິຫານແລະພັດທະນາຄຸນນະ ພາບການຜະລິດສິນຄ້າຂອງວິສາຫະກິດຂະໜາດນ້ອຍແລະຂະໜາດກາງໃນລາວ ໃຫ້ໄດ້ມາດຕະຖານ ຂອງຕະຫຼາດໃນອາຊ່ຽນ ກໍຄືຕະຫຼາດສາກົນ ໃຫ້ໄດ້ຢ່າງແທ້ຈິງ. ຫາກແຕ່ວ່າ ບັນຫາໃນເວລາ ນີ້ ກໍຄືລັດຖະບານລາວສາມາດຈະໃຫ້ການສະໜັບສະ ໜຸນເງິນທຶນດັ່ງກ່າວໄດ້ພຽງ 15 ຕື້ກີບ ຫຼືບໍ່ເຖິງ 0.5% ຂອງຄວາມຕ້ອງການເງິນທຶນ ທັງໝົດເທົ່ານັ້ນ ໝາຍຄວາມວ່າເງິນທຶນໃນມູນຄ່າດັ່ງກ່າວນີ້ ສາມາດທີ່ຈະໃຫ້ການສະ ໜັບສະໜຸນສໍາລັບ ການພັດທະນາປັບປຸງບັນດາວິສາຫະກິດຂະໜາດນ້ອຍແລະຂະ ໜາດກາງໃນລາວ ໄດ້ພຽງບໍ່ເຖິງ 100 ລາຍ ເພາະສະນັ້ນ ຖ້າຫາກວ່າລັດຖະບານລາວຍັງບໍ່ສາມາດຫາທາງປ້ອງກັນບັນຫາດັ່ງກ່າວນີ້ໄດ້ ກໍຈະເຮັດໃຫ້ວິສາຫະກິດ ຂະໜາດນ້ອຍ ແລະຂະໜາດກາງສ່ວນໃຫຍ່ໃນລາວຕ້ອງຢຸດເຊົາກິດຈະການ ຫຼືລົ້ມລະລາຍໄປຢ່າງຫຼີກລ່ຽງບໍ່ໄດ້. ໂດຍສະພາບການດຽວກັນນີ້ ກໍຍັງສາມາດທີ່ຈະເກີດຂຶ້ນກັບບັນດາວິສາຫະກິດຂອງລັດ ຖະບານລາວດ້ວຍເຊັ່ນກັນ ທັງນີ້ກໍເນື່ອງຈາກວ່າລັດວິສາຫະກິດທີ່ມີຢູ່ຫຼາຍກວ່າ 130 ແຫ່ງທົ່ວປະເທດ ໃນປັດຈຸບັນນີ້ ກໍາລັງຕົກຢູ່ໃນສະພາ ບທີ່ຂາດປະສິດທິພາບ ທັງໃນດ້ານການບໍລິຫານງານ ແລະການໃຊ້ຈ່າຍງົບປະມານ ຢ່າງຟຸມເຟືອຍ ທີ່ເປັນຜົນປະໂຫຍດຂອງບັນດາຜູ້ບໍລິຫານ ເຊັ່ນ ລົດຍົນປະຈໍາຕໍາແໜ່ງ ເບ້ຍປະຊຸມ ແລະເງິນອຸດ ໜຸນ ຕ່າງໆນັ້ ກໍຍັງຖືເປັນລາຍຈ່າຍທີ່ສູງ ທີ່ສຸດຂອງບັນດາລັດວິສາຫະກິດໃນລາວອີກດ້ວຍ. ຍິ່ງໄປກວ່ານັ້ນ ກໍຍັງປາກົດວ່າຜົນຕອບແທນ ທີ່ເປັນສະວັດດີການຂອງສ່ວນລາວຍັງບໍ່ຕົກໄປເຖິງບັນດາພະນັກງານສ່ວນໃຫຍ່ຂອງລັດວິສາຫະກິດອີກດ້ວຍ ທັງໆທີ່ວ່າສະວັດດີການນັ້ນ ຈະສົ່ງຜົນຕໍ່ການປະຕິບັດໜ້າທີ່ຂອງພະນັກງານ ໃນລັດວິສາຫະກິດ ໂດຍກໍລະນີບັນຫາທີ່ໄດ້ເກີດຂຶ້ນແລ້ວ ກໍຄືການທີ່ຜູ້ບໍລິຫານລັດວິສາຫະກິດບໍ່ຍອມຈ່າຍເງິນເຂົ້າກອງທຶນປະກັນສັງຄົມໃຫ້ ກັບພະນັກງານ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານແລະສະວັດດີການສັງຄົມ ໄດ້ໃຫ້ ການຢືນຢັນວ່າ: “ລັດວິສາຫະກິດຈໍານວນນຶ່ງ ຍັງມີສະພາບການຂາດທຶນ ບໍ່ມີປະສິດທິພາບ ການຄວບຄຸມພາຍໃນຍັງບໍ່ລະອຽດສອດຄ່ອງ ເປັນຕົ້ນແມ່ນການແບ່ງຄວາມຮັບຜິດຊອບ ລະຫວ່າງ ໜ່ວຍການບັນຊີ ແລະໜ່ວຍການເງິນ ບາງລັດວິສາກະກິດບໍ່ມອບເງິນເຂົ້າໂຄງການປະກັນສົງຄົມ ຍັງສ້າງລະບຽບ ທີ່ບໍ່ສອດຄ່ອງກັບກົດໝາຍວ່າດ້ວຍລັດວິສາຫະກິດ.“ ທັງນີ້ ໂດຍການເປັນປະເທດສະມາຊິກຂອງອາຊ່ຽນ ໄດ້ເປັນຜົນເຮັດໃຫ້ລາວຈະຕ້ອງປັບລົດພາສີການຄ້າໃຫ້ເປັນ 0% ໃຫ້ໄດ້ຢ່າງຄົບຖ້ວນໃນທຸກລາຍການສິນຄ້າ ແລະບໍລິການພາຍໃນປີ 2018 ໂດຍນັບແຕ່ປີ 2012 ເປັນຕົ້ນມາ ລັດຖະບານລາວກໍໄດ້ປັບລົດພາສີລົງໃຫ້ຢູ່ໃນອັດຕາບໍ່ເກີນ 5% ແລ້ວ ໃນ 9,110 ລາຍການສິນຄ້າ ຫຼືຄິດເປັນ 95.31% ຂອງລາຍການ ສິນຄ້າ ແລະບໍລິການທັງໝົດ.Enterprises and small and medium than 25.000 of the risk he may bankrupt If no improvement Executive The competitive market in Russia is real. Senior officials in fund development Enterprises or small and medium SME Fund in recognition that he has Small Enterprises Medium and have more than 25.000 items in Laos The majority are at high risk That may be required to stop at the end of 2015 if not support Capital To improve food bli be enough. This By reason of That the small enterprises And the Medium He must under such circumstances And because he is ASEAN members To implement agreements on free trade and investment in all 10 Member States From 31 December 2015 onwards that Cause of small enterprises Medium and he must face the competition from other enterprises in the same general geographic ASEAN At avoid not. therefore to prevent such problems arise with enterprises and small and medium In Laos I need to use capital value Including not less than 3,700 billion to improve the management and development of Language of the production of enterprises are small and medium in Laos The standard Market in ASEAN The international market The absolute. but if This is a problem when the Lao government can provide support The funds cover only 15 billion or about 0.5% of the required funds All the Means to finance the cost Can provide support Support for Improve the development of small enterprises and Medium in Laos The only items to 100 so if his government is unable to prevent these problems It will allow enterprises and small and medium majority he needs to be stopped To avoid bankruptcy or not. In situations like this Also can occur with state enterprises With the Lao This is because state enterprises have more than 130 of the country Now this Forces in May The lack of effective Both in the Executive And expenditure budget The dissipation The benefits of such executive car Position of the meeting and see the benefits of the cover is also Time to pay up Most of the enterprises in the Lao. Moreover Also appears to return A good measure of a person he did not agree to the majority staff of the enterprise To support their good thang that the Will affect the performance of employees In the Enterprise In case the problem has already happened Is that state enterprises refused to pay money to fund social workers as high-level officials Ministry of labor and materials as well as their social confirmed that a number of state enterprises There are situations losses No effective Internal controls are not fully consistent A division of responsibility between the accounting And Finance Unit Some of the events do not give money to the Social Security program The building regulations Non-compliance with the Law of the enterprise. This is by member countries of ASEAN Resulting in the car he will adjust their tariffs to 0% and the complete list of all products And services by the year 2018, from 2012 onwards The Lao government has set a tax rate down to no more than 5% in the list of goods or 9.110 to 95.31% of the goods and All services.
Posted on: Wed, 30 Oct 2013 03:13:47 +0000

Trending Topics



Recently Viewed Topics




© 2015